Skip to content

Latest commit

 

History

History
21 lines (14 loc) · 2.14 KB

File metadata and controls

21 lines (14 loc) · 2.14 KB

6.4.3.3. ການແກ້ໄຂ metadata ຂອງລໍາດັບຊັ້ນ

{% hint style="info" %} Registry Administrators ສາມາດແກ້ໄຂ metadata ສໍາລັບລໍາດັບຊັ້ນສໍາລັບອົງກອນທີ່ເຂົາເຈົ້າເປັນສະມາຊິກ. {% endhint %}

ໃນການແກ້ໄຂ metadata ຂອງລໍາດັບຊັ້ນ:

  1. ໄປທີ່ໂມດູນ Geo-Objects ແລະ Hierarchies ໂດຍການກົດສັນຍາລັກໂມດູນ Geo-Objects ແລະ Hierarchies ໃນໜ້າເມນູຫຼັກ ຫຼື ໂດຍການກົດທີ່ເມນູ (ຮູບ 3 ຂີດແຈມູມຂວາ) ແລະ ເລືອກ Geo-Objects ແລະ Hierarchies.

  2. ຖ້າຕ້ອງການ, ຂະຫຍາຍຖັນ Hierarchies ໃນແຖບດ້ານຂ້າງໂດຍການກົດທີ່ລູກສອນຢູ່ທ້າຍ.

  3. ເລື່ອນຖັນ Hierarchies ລົງໄປຫາອົງກອນທີ່ທ່ານເປັນສະມາຊິກ. ຊອກຫາລໍາດັບຊັ້ນທີ່ທ່ານຕ້ອງການແກ້ໄຂ metadata ແລະ ກົດປຸ່ມແກ້ໄຂທີ່ຢູ່ຂ້າງຊື່ຂອງມັນ.

  4. ໜ້າຕ່າງ Edit Hierarchy ຈະເປີດຂຶ້ນ. ແກ້ໄຂ metadata ຕາມລໍາດັບຕາມຄວາມຈໍາເປັນ.

  5. ກົດປຸ່ມ OK.